ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງວຽງຈັນ ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ


ສະຫາຍ ພົນຕີ ວໍສະລະສານ ວິລັດດາວົງ, ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ກອງບັນຊາການທະຫານແຂວງວຽງຈັນ, ໄດ້ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາຂັ້ນຫ້ອງ ແລະ ພະແນກການ ຂຶ້ນໃນວັນທີ 18 ສິງຫາ
2023 ນີ້, ຢູ່ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍສະລະສານ ວິລັດດາວົງ, ຄະນະປະຈຳພັກກະຊວງ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ, ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວ
ໜ້າການທະຫານ, ກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງບັນຊາການທະ
ຫານເມືອງ, ໂຮງຮຽນ, ໂຮງໝໍ, ພະແນກການ,ແຂກຖືກເຊີນ, ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ, ຮອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການທະຫານແຂວງວຽງຈັນ, ໂດຍອີງຕາມກົດໝາຍ
ນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກ
ການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາ
ປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງຍົກຍ້າຍ ສະຫາຍ ພັນໂທ ຄຳຜາຍ ອ້ວນວິໄລ, ຮອງຫົວໜ້າຫ້ອງເສນາທິການ ໄປຮັບໜ້າທີ່ໃໝ່
ຢູ່ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສຸດທາ ສີສຸຫຼາດ ເປັນຮອງຫົວໜ້າຫ້ອງເສນາທິການທະຫານ ແຂວງ
ວຽງຈັນ, ແຕ່ງຕັ້ງ ສະຫາຍ ພັນໂທ ນິດທຳ ມັນລັນດອນ ເປັນຮອງຫົວໜ້າຫ້ອງການເມືອງ, ຈາກນັ້ນ ສະຫາຍ ພັນໂທ ບຸນປອນ ທັນອ່ອນແກ້ວ
ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າພະແນກສູ້ຮົບ
ທະຫານແຂວງວຽງຈັນ, ແຕ່ງຕັ້ງ ສະຫາຍ ພັນໂທ ຫຸມແພງ ຊຽງອຸດົມເພັດ ເປັນຫົວໜ້າພະແນກສູ້ຮົບ ແລະ ສະຫາຍ ພັນຕີ ສົມພອນ ທຳມະ
ວົງ ເປັນຮອງຫົວໜ້າພະແນກສູ້ຮົບ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ໂອ້ລົມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ນາຍທະຫານ ທີ່ຖືກແຕ່ງຕັ້ງສັບຊ້ອນ
ໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ,
ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ນໍາພາພະນັກງານ-ນັກຮົບ ໄດ້
ເຊື່ອມຊຶມບັນດາມະຕິຄຳສັ່ງ, ແນວທາງຂອງພັກ-ກົດໝາຍຂອງລັດ ນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນ, ນໍາເອົາ
ຄວາມຮູ້, ຄວາມສາມາດ ແລະ ປະສົບການ ເພື່ອມາພັດທະນາກຳລັງປະກອບອາວຸດນທະຫານທ້ອງຖິ່ນແຂວງວຽງຈັນພວກເຮົາ ໃຫ້ມີຄວາມເຂັ້ມ
ແຂງ ແລະ ຈະເລີນກ້າວໜ້າຂຶ້ນ, ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງທີ່ມາ ຈັນທະຈອນ ສີສະເກດ
ວັນທີ 21/08/2023